
SMART UP ແມ່ນຫຍັງ?
Smart Up ແມ່ນແພລດຟອມອອນລາຍ ທີ່ພັດທະນາຂຶ້ນ ເພື່ອເສີມສ້າງທັກສະທາງດິຈິຕອນໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)
ໃຫ້ສາມາດເຂົ້າເຖິງ ແລະ ເຂົ້າຮຽນຫຼັກສູດການຮຽນທີ່ມີປະໂຫຍດໄດ້ ຈາກ ທຸກທີ່ ທຸກເວລາ. ແພລດຟອມນີ້ຖືກອອກແບບມາເພື່ອແບ່ງປັນປະສົບການການຮຽນຮູ້
ທັກສະໃໝ່ໆທີ່ເໝາະສົມກັບຜູ້ປະກອບໃນການຍຸກເສດຖະກິດດິຈິຕອນ.
ກ່ຽວກັບ SMART UP
SMART UP ແມ່ນການຮ່ວມມືກັນລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະມາຄົມການຄ້າ ໄອຊີທີ ລາວ ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ທຸລະກິດລາວ ພາຍໃຕ້ການສະໜັບສະໜູນຂອງ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).
SMART UP ຖືກສ້າງຂຶ້ນໂດຍມີຈຸດປະສົງເພື່ອຊ່ວຍໃຫ້ ວນກ ລາວ ສາມາດເຂົ້າເຖິງຂໍ້ມູນ ແລະ ຫຼັກສູດການຮຽນຮູ້ອອນລາຍທີ່ທັນສະໄໝ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບທັກສະສໍາຄັນດ້ານດິຈິຕອນ ເຊັ່ນ: ການວິເຄາະຂໍ້ມູນ, ການຕະຫຼາດດິຈິຕອນ ແລະການຄ້າທາງເອເລັກໂຕນິກ (e-commerce) ທີ່ຈໍາເປັນ ເພື່ອໃຫ້ ວນກ ລາວ ມີຄວາມພ້ອມໃນການຫັນເຂົ້າສູ່ລະບົບ ເສດຖະກິດດິຈິຕອນ.



ອາຈານທີ່ມີປະສົບການ
ອາຈານທີ່ມີປະສົບການ ຈາກຫລາກຫລາຍວົງການລວມຢູ່ໃນ Platform ນີ້.