ຫລັກສູດນີ້ ຈະນຳສະເຫນີຄວາມຮູ້ເບື້ອງຕົ້ນກ່ຽວກັບລະບົບເມົາຕິມີເດຍ (Multimedia for Startup), ພື້ນຖານການອອກແບບເມົາຕິມີເດຍ (Basic Design), ການສ້າງເມົາຕິມີເດຍເພື່ອການໂຄສະນາປະຊາສໍາພັນ (Multimedia Advertisements Creation), ແລະ ການວິເຄາະຄ່າໃຊ້ຈ່າຍ (Analyzing expenses); ຈຸດປະສົງຂອງເນື້ອຫາຫຼັກສູດ ແມ່ນເພື່ອຊ່ວຍໃຫ້ຜູ້ປະກອບການທຸລະກິດໜາດນ້ອຍ ແລະ ກາງ ໃຫ້ສາມາດເຂົ້າໃຈພາບລວມຂອງລະບົບເມົາຕິມີເດຍ, ມີຄວາມເຂົ້າໃຈກ່ຽວກັບເຕັກນິກ ແລະ ວິທີໃນການນໍາໃຊ້ບັນດາເຄື່ອງມືຕ່າງໆສໍາລັບການອອກແບບເມົາຕິມີເດຍທີ່ມີຢູ່ຢ່າງຫຼວງຫຼາຍ, ພ້ອມກັບເປັນການສ້າງຄວາມຄິດລິເລີ່ມ, ຄວາມເຂົ້າໃຈໃນລາຍລະອຽດຕ່າງໆ ລວມໄປເຖິງຄວາມເຂົ້າໃຈ ແລະ ການຮັບຮູ້ກ່ຽວກັບເລື່ອງຂອງຄ່າໃຊ້ຈ່າຍ ໃນການພັດທະນາລະບົບເມົາຕິມີເດຍໃນປັດຈຸບັນເປັນຕົ້ນ.
ຫລັກສູດນີ້ ເຫມາະສຳລັບຜູ້ປະກອບການທຸລະກິດໜາດນ້ອຍ ແລະ ກາງ ທີ່ຕ້ອງການນຳເອົາລະບົບເມົາຕິມີເດຍປະເພດຕ່າງໆເຂົ້າມາຊ່ວຍໃນການໂຄສະນາປະຊາສໍາພັນ ເພື່ອການພັດທະນາທຸລະກິດຂອງຕົນເອງໃຫ້ຂະຫຍາຍຕົວອອກ ແລະ ເປັນທີ່ຮັບຮູ້ໃນວົງກວ້າງຂອງສັງຄົມ ພ້ອມທັງເປັນການປັບປຸງປ່ຽນແປງຮູບແບບ ແລະ ວິທີການຂອງການສ້າງພາບລັກສໍາລັບການໂຄສະນາປະຊາສໍາພັນໃຫ້ດີຂຶ້ນກວ່າເກົ່າ.
ໂຄງຮ່າງຫຼັກສູດ:
- Multimedia for Startup: ແນະນຳສື່ປະສົມສຳລັບຜູ້ດຳເນີນທຸລະກິດໃໝ່
- Basic Design: ພື້ນຖານການອອກແບບ Multimedia
- Create Multimedia for Advertisements: ສ້າງ Multimedia ເພື່ອການໂຄສະນາ
- Analyzing expenses: ການວິເຄາະຄ່າໃຊ້ຈ່າຍ
Course Features
- Lectures 19
- Quizzes 1
- Duration 121 minutes
- Skill level All levels
- Language ລາວ
- Students 42
- Assessments Self
-
1. Multimedia for Startup: ແນະນຳສື່ປະສົມສຳລັບຜູ້ດຳເນີນທຸລະກິດໃໝ່
-
2. Basic Design: ພື້ນຖານການອອກແບບ Multimedia
-
3. Create Multimedia for Advertisements: ສ້າງ Multimedia ເພື່ອການໂຄສະນາ
-
4. Analyzing expenses: ການວິເຄາະຄ່າໃຊ້ຈ່າຍ
-
ແບບທົດສອບການຮຽນຮູ້